ໂດຍປະຕິບັດຕາມຄຳແນະນຳຂອງ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 05/ຕຫຼ ລົງວັນທີ 26 ມີນາ 2019 ກ່ຽວກັບ ການເພີ່ມທະວີວຽກງານປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ໃນໄລຍະການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້.
ມາໃນຕອນເຊົ້າຂອງວັນທີ 9 ເມສາ 2019 ນີ້, ກອງບັນຊາການ ປກສ ແຂວງອັດຕະປື ຈຶ່ງໄດ້ຈັດວາງກຳລັງຕຳຫຼວດຈາລະຈອນ ລົງປ້ອງກັນປະຈຳປ້ອມ ແລະ ຕາມເສັ້ນທາງຈຸດຕ່າງໆ ເພື່ອຕິດຕາມ – ກວດກາການສັນຈອນ ໃນໄລຍະຂອງການສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ, ໂດຍການເຂົ້າຮ່ວມຂອງ ພັທ ບັນດິດ ສີວິໄລ ຮອງກອງບັນຊາການ ປກສ ແຂວງ, ມີ ພັທ ບຸນທະນອງ ແກ້ວພິລາວົງ ຮອງຫ້ອງຕຳຫຼວດ ປກສ ແຂວງ ພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດຈາລະຈອນ ກອງບັນຊາການ ປກສ ແຂວງອັດຕະປື ເຂົ້າຮ່ວມຢ່າງພ້ອມພຽງ.
ພັຕ ເພັດສະໄໝ ໄຊຍະກຸນ ຫົວໜ້າພະແນກຈາລະຈອນ ປກສ ແຂວງ ໄດ້ກ່າວວ່າ:
ການຈັດວາງກຳລັງຕຳຫຼວດຈາລະຈອນ ລົງປ້ອງກັນປະຈຳປ້ອມ ແລະ ຕາມເສັ້ນທາງຈຸດຕ່າງໆໃນຄັ້ງນີ້ ກໍເພື່ອຕິດຕາມ – ກວດກາການສັນຈອນ ໃນໄລຍະຂອງການສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ ພສ 2562 ໃຫ້ມີຄວາມປອດໄພ ໂດຍໄດ້ຫັນເອົາກຳລັງລົງໂຄສະນາຕາມສາຍທາງ ແລະ ເຂດຊຸມຊົນ ພ້ອມທັງໄດ້ຈັດຕັ້ງກຳລັງປະຈຳການ ເພື່ອຄອຍເຫດຕະຫຼອດ 24 ຊົ່ວໂມງ.
ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຜູ້ນຳໃຊ້ລົດ – ໃຊ້ຖະໜົນ ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ, ທັງເປັນການຕິດຕາມຄອຍເຫດ ໃນການກອບກູ້ຊ່ວຍເຫຼືອຜູ້ຖືກບາດເຈັບ ທີ່ເກີດຈາກອຸບັດຕິເຫດໄດ້ຢ່າງທັນການ ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ ພສ 2562 ນີ້ ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ ແລະ ຫຼີກລ່ຽງໄດ້ຜົນເສຍຫາຍອັນໃຫຍ່ຫຼວງ ທີ່ຈະເກີດຂຶ້ນຈາກອຸບັດຕິເຫດ.