ວັນທີ 19 ເມສາ 2019 ຜ່ານມາ, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນບຸນກຸດສົງການປີໃໝ່ລາວ ພສ 2562, ໂດຍມີ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍບັນດາຫົວໜ້າຄະນະຫ້ອງຕຳຫຼວດ, ຫ້ອງສັນຕິບານ, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ພັທ ຄຳຕຸ່ນ ບຸນລຽນຂັນ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ໄດ້ສະຫຼຸບຜົນງານການປ້ອງກັນບຸນປີໃໝ່ລາວ ເລີ່ມແຕ່ວັນທີ 12-18 ເມສາ 2019 ເຫັນວ່າ:
ມີຄວາມສະຫງົບດີ, ມີການປະຈຳການຂອງອ້າຍນ້ອງແຕ່ລະຈຸ, ການເຄື່ອນໄຫວລາດຕະເວນ ແລະ ປະຈຳການແກ້ໄຂວຽກງານວິຊາສະເພາະ ຕະຫຼອດ 24 ຊົ່ວໂມງ.
ນອກນັ້ນ, ສະຫະພັນແມ່ຍິງ ປກສ ແຂວງ ຍັງໄດ້ຈັດແບ່ງກັນເອົາອາຫານ, ເຄື່ອງດື່ມປະເພດນໍ້າ ແລະອື່ນໆ ໄປມອບໃຫ້ແຕ່ລະຈຸປະຈຳການ ພ້ອມທັງຍັງໄດ້ຮັບເຄື່ອງອຸປະຖຳຈາກບັນດາບໍລິສັດ ແລະ ອົງການຈັດຕັ້ງ ລວມມີນໍ້າດື່ມ 55 ແພັກ, ເຄື່ອງດື່ມ M150 ຈຳນວນ 10 ແກັດ, ເຄື່ອງດື່ມກະທິງແດງ 10 ແກັດ, ໝີ່ໄວໆ 3 ແກັດ, ແກ່ນຕາເວັນ 1 ແກັດ ແລະ ເງິນອີກຈຳນວນໜຶ່ງ.
ນັບແຕ່ວັນທີ 12-17, ທົ່ວແຂວງ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ, ມີຜູ້ເສຍ ຊີວິດ 12 ຄົນ, ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 1 ຄັ້ງ ແລະ ມີຜູ້ເສຍຊີວິດ ເພີ່ມຂຶ້ນ 1 ຄົນ.
ໃນໂອກາດດັ່ງກ່າວ, ພັທ ອິນສົມ ທໍາລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ປະຈຳການແກ້ໄຂວຽກງານວິຊາສະເພາະ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ ໃຫ້ມີຜົນສຳເລັດຍິ່ງຂຶ້ນກວ່າເກົ່າ.