ປັດຈຸບັນນີ້, ປະຊາຊົນນະຄອນຫຼວງມົດສະກູ ປະເທດຣັດເຊຍ ມີຄວາມອຸ່ນໃຈຂຶ້ນແດ່ແລ້ວ ແລະ ກໍກ້າອອກໄປຍ່າງເລາະຫຼິ້ນ ຕາມເຂດສວນສາທາລະນະໃນຍາມກາງຄືນ, ເຊິ່ງສະຖານທີ່ດັ່ງກ່າວໃນເມື່ອກ່ອນ ເປັນບ່ອນທີ່ມີຂ່າວຊ່າລື ກ່ຽວກັບ ເຫດການຄາດຕະກຳໂຫດ ທີ່ຄົນຮ້າຍມັກຈະລີ້ຊ້ອນຢູ່ໃນສວນແຫ່ງນີ້ ແລະ ລໍຖ້າໂອກາດທີ່ເໝາະສົມ ເມື່ອມີຄົນມາຍ່າງຫຼິ້ນ ກໍເຂົ້າທຳຮ້າຍຈົນເສຍຊີວິດ.
ຜູ້ກໍ່ເຫດນີ້ ຊື່ ທ້າວ Alexander Pichushkin ອາຍຸ 33 ປີ, ການໃຫ້ປາກຄຳຂອງຜູ້ກ່ຽວຕໍ່ ເຈົ້າໜ້າທີ່ ໃນເບື້ອງຕົ້ນ ວ່າ: ຜູ້ກ່ຽວ ລົງມືກໍ່ເຫດຄາດຕະກຳມາແລ້ວ 63 ກໍລະນີ ໃນຕະຫຼອດ 15 ປີ ເຊິ່ງນັບແຕ່ປີ 1992 – 2006; ແຕ່ ສານ ໄດ້ຕັດສິນຄະດີຂອງຜູ້ກ່ຽວ ພຽງແຕ່ 49 ກໍລະນີ ທີ່ເປັນ ຄະດີຄາດຕະກຳ ແລະ 3 ເລື່ອງກ່ຽວກັບ ການທຳຮ້າຍຮ່າງກາຍ ແບບຜູ້ຖືກເຄາະຮ້າຍບໍ່ຮູ້ຕົວ, ສ່ວນກໍລະນີທີ່ຍັງເຫຼືອ ແມ່ນບໍ່ມີຂໍ້ມູນຢັ້ງຢືນລະອຽດ ທີ່ຈະກ່າວລົງໂທດ ຜູ້ກ່ຽວ.
ການລົງມືຄາດຕະກຳຂອງ ຜູ້ກ່ຽວ ນອກຈາກເປັນຍິງສາວ 2 ຄົນແລ້ວ ຜູ້ເຄາະຮ້າຍທີ່ເປັນເປົ້າໝາຍຂອງ ຜູ້ກ່ຽວ ຍັງແມ່ນຄົນໄວກາງຄົນ 35 – 55 ປີ, ໂດຍການກະທຳຂອງ ຜູ້ກ່ຽວ ແມ່ນເຮັດເພື່ອລ້າງແຄ້ນພໍ່ຂອງຕົນເອງທີ່ປ່ອຍໃຫ້ຕົນເອງ ແລະ ແມ່ ຕ້ອງທົນທໍລະມານ ຕັ້ງແຕ່ຕົນເອງເກີດມາຍັງບໍ່ທັນຮອດປີ; ເຊິ່ງຄວາມຄຽດແຄ້ນທີ່ຝັງໃນໃຈຂອງ ຜູ້ກ່ຽວ ໄດ້ເຮັດໃຫ້ ຜູ້ກ່ຽວ ກາຍເປັນຄົນມີບັນຫາທາງປະສາດ ແລະ ມີແນວຄິດຢາກຂ້າຄົນໄປທົ່ວ ໂດຍສະເພາະຜູ້ໃດທີ່ຄິດວ່າ ຈະເປັນພໍ່ຂອງຕົນເອງ ແມ່ນຈະລົງມືຄາດຕະກຳ ທັນທີ.
ອີກປະເດັນໜຶ່ງ, ການລົງມືຄາດຕະກຳຂອງ ທ້າວ Alexander Pichushkin ແມ່ນເພື່ອເອົາຊະນະສະຖິຕິຂອງອີກ ຄາດຕະກອນໂຫດຊາວອູແກຣນ ຊື່ ທ້າວ Andrei Chikatilo (ປີ 1936-1994) ລາຍນີ້ແມ່ນຄາດຕະກຳຍິງສາວ ແລະ ເດັກນ້ອຍ ລວມ 53 ສົບ ໃນຕະ ຫຼອດການເຄື່ອນໄຫວເປັນເວລາ 12 ປີ.
ຜ່ານການສອບສວນລະອຽດ ກ່ຽວກັບ ເຫດການຄາດຕະກຳໂຫດ ເຈົ້າໜ້າທີ່ ຈຶ່ງຮູ້ວ່າ ຄົນຮ້າຍມີ 3 ຈຸດປະສົງ ຄື:
ລ້າງແຄ້ນ, ລ້າງສະຖິຕິ ແລະ ເອົາຊີວິດໃຫ້ຄົບຕາມຈຳນວນໝາກດ້າມ ເຊິ່ງຕົວເລກໝາກດ້າມ ແມ່ນມີປະມານ 64 ໝາກ ( ຕາມຂໍ້ມູນທີ່ໄດ້ຈາກ ຜົນການສອບສວນຂອງ ເຈົ້າໜ້າທີ່ ຫຼັງຈາກທີ່ຈັບຕົວ ຜູ້ກ່ຽວ ໄດ້ ໃນວັນທີ 16 ມິຖຸນາ 2006 ).
ຫຼາຍຄົນກໍເຄີຍຫຼິ້ນໝາກດ້າມ ກັບ ທ້າວ Alexander Pichushkin ກ່ອນໜ້າທີ່ຈະເສຍຊີວິດ ຍ້ອນວ່າບໍ່ເຄີຍສົນໃຈວ່າ ຜູ້ກ່ຽວ ຈະເປັນຄາດຕະກອນໂຫດ, ເຊິ່ງພວກເຂົາຄິດວ່າ ເປັນຜູ້ຊາຍຄົນໜຶ່ງທີ່ຕິດການຫຼິ້ນໝາກດ້າມ ເທົ່ານັ້ນ ແລະ ກຳລັງອາໄສພັກຢູ່ໃນສວນສາທາລະນະ.
ຕາມການລາຍງານສະພາບການຂອງ ທະນາຍຄວາມ ສານປະຊາຊົນ ນະຄອນຫຼວງມົດສະກູ ຈຶ່ງໃຫ້ຮູ້ວ່າ:
ຜູ້ກ່ຽວ ເຄື່ອນໄຫວລົງມືຄາດຕະກຳທຸກກໍລະນີ ແມ່ນກໍ່ເຫດໃນຂົງເຂດພາຍໃນສວນສາທາລະນະ ບິສຊາ ທາງທິດຕາເວັນຕົກສຽງເໜືອຂອງ ນະຄອນຫຼວງມົດສະກູ; ສ່ວນອຸປະກອນທີ່ ຜູ້ກ່ຽວ ໃຊ້ລົງມື ສ່ວນຫຼາຍແມ່ນຄ້ອນຕີ ຫຼື ທ່ອນເຫຼັກ, ຮູບການຄາດຕະກຳ ຜູ້ກ່ຽວ ຈະໃຊ້ເຫຼັກຕີທີ່ຫົວຂອງຜູ້ຖືກເຄາະຮ້າຍ ຈົນມຸ່ນອຸ້ຍປຸ້ຍ ແລະ ເສຍຊີວິດຄາທີ່ທັງໝົດ.
ໃນສະຖານທີ່ກໍ່ເຫດ, ບາງຄັ້ງ ຜູ້ກ່ຽວ ຍັງເຮັດລືມແກ້ວເຫຼົ້າໂວນກ້າ ປະເພດ Vles ນຳອີກ; ຈາກຫຼັກຖານດັ່ງກ່າວ ຈຶ່ງເຮັດໃຫ້ ນັກຈິດຕະສາດອາຍາ ຄົ້ນຄວ້າຈົນໄດ້ຜົນສະຫຼຸບວ່າ: ເຫດການຄາດຕະກຳ ທີ່ເກີດຂຶ້ນຫຼາຍກໍລະນີຜ່ານມານັ້ນ ແມ່ນມີຜູ້ລົງມືເປັນຄົນດຽວກັນ.
ເຊິ່ງຕາມການສັນນິຖານຂອງ ເຈົ້າໜ້າທີ່ ໃນເວລານັ້ນ ໃຫ້ຮູ້ວ່າ:
ຜູ້ກ່ຽວ ມີຈຸດປະສົງຄາດຕະກຳ ຍ້ອນຢາກໃຫ້ມີຕົວເລກຄົນເສຍຊີວິດຄົບຕາມຈຳນວນໝາກດ້າມ ໃນກະດານ ຫຼິ້ນຂອງຜູ້ກ່ຽວ ເທົ່ານັ້ນ ໂດຍບໍ່ມີຈຸດປະສົງຈະປຸ້ນເອົາຊັບສິນ ຫຼື ຈຸດປະສົງອື່ນ ຢ່າງແນ່ນອນ.