ກອງບັນຊາການ ປກສ ແຂວງວຽງຈັນ ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຕາມກົດລະບຽບຂອງກຳລັງ ໃນວັນທີ 27 ພຶດສະພາ 2020, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ເຊິ່ງມີຫົວໜ້າຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ກອງບັນຊາການ ປກສ ເມືອງ 11 ເມືອງ ພ້ອມດ້ວຍນາຍຕຳຫຼວດ ທີ່ໄດ້ຮັບການເລຶ່ອນຊັ້ນ ເຂົ້າຮ່ວມ.
ພັທ ຄຳແຝງ ສີມູນ ຫົວໜ້າຫ້ອງການເມືອງ ປກສ ແຂວງວຽງຈັນ ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລຶ່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງວຽງຈັນ ເຊິ່ງມີທັງໝົດ 127 ສະຫາຍ ຍິງ 6 ສະຫາຍ ຄື:
- ເລື່ອນຊັ້ນ ພັຕ ຂຶ້ນ ພັທ 35 ສະຫາຍ
- ເລື່ອນຊັ້ນ ຮອ ຂຶ້ນ ພັຕ 33 ສະຫາຍ ຍິງ 2 ສະຫາຍ
- ເລື່ອນຊັ້ນ ຮທ ຂຶ້ນຊັ້ນ ຮອ 59 ສະຫາຍ ຍິງ 4 ສະຫາຍ
ນອກນັ້ນ, ໃນພິທີຍັງໄດ້ມອບໃບຍໍຍ້ອງ ຂັ້ນເຈົ້າແຂວງໆວຽງຈັນ ໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ ແລະ ໄດ້ສໍາເລັດການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຢູ່ 4 ຈຸດສຸມແຂວງວຽງຈັນ ຄື: ຈຸດສຸມພັດທະນາກາສີ, ຈຸດສຸມພັດທະນາເມືອງຄີ່, ຈຸດສຸມພັດທະນາຜາສັງ ແລະ ຈຸດສຸມພັດທະນາຜາບ່ອງ ຈຳນວນ 59 ສະຫາຍ.
ໃນໂອກາດນີ້, ພົຈວ ປອ ທອງເຄນ ບຸນໝັ້ນ ໄດ້ສະແດງຄວາມຍໍຍ້ອງຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ຢ່າງສຸດອົກສຸດໃຈ ພ້ອມທັງໂອ້ລົມໃຫ້ນາຍຕຳຫຼວດ ທີ່ໄດ້ຮັບການເລຶ່ອນຊັ້ນຄັ້ງນີ້ ຢ່າງມີເນື້ອໃນຄວາມໝາຍເລິກເຊິ່ງ ທັງເປັນບົດຮຽນທີ່ດີ ເພື່ອນຳໄປສຶກສາຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ເກີດດອກອອກຜົນ ແລະ ມີຜົນງານຍິ່ງໃຫຍ່ຂຶ້ນກວ່າເກົ່າ. ຈາກນັ້ນ, ກໍໄດ້ຮຽກຮ້ອງໃຫ້ນາຍຕຳຫຼວດ ທີ່ໄດ້ຮັບການເລຶ່ອນຊັ້ນໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ໃຫ້ຫຼາຍຂຶ້ນກວ່າເກົ່າ, ຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ໝັ້ນຄົງຕະຫຼອດໄປ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດ ແລະ ປະຊາຊົນມອບໜາຍໃຫ້.