ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ, ພ້ອມທັງຄະນະກໍາມະການຮັບຜິດຊອບສອບເສັງລັດຖະກອນປະຈຳປີ 2020 ໄດ້ຈັດໃຫ້ມີພິທີສອບເສັງຄັດເລືອກ ເອົາລັດຖະກອນ ຕາມການແບ່ງປັນລັດຖະກອນປະຈຳປີ 2020 ໃນວັນທີ 26 ພຶດສາພາ 2020; ໂດຍມີ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນແຂວງ, ທັງເປັນປະທານຄະນະຮັບຜິດຊອບຊີ້ນໍາລວມການສອບເສັງຄັດເລືອກລັດຖະກອນໃໝ່ ປະຈໍາປີ 2020, ມີບັນດາຄະນະກໍາມະການສອບເສັງຂັ້ນແຂວງ, ນັກສອບເສັງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງສີ ເສົາສຸລິພົມ ກ່າວວ່າ: ພິທີເປີດບັ້ນການສອບເສັງລັດຖະກອນໃນຄັ້ງນີ້ ກໍເພື່ອບັນຈຸເຂົ້າເປັນລັດຖະກອນໃໝ່ ປະຈໍາປີ 2020 ແມ່ນໜຶ່ງໃນແຜນພັດທະນາຄຸນນະພາບຂອງການຈັດຕັ້ງປະວຽກງານໃນຂົງເຂດສຶກສາທິການ ແລະ ກິລາ ເພາະຈຳນວນທີ່ສະໝັກເຂົ້າສອບເສັງທັງໝົດ 236 ຄົນ; ໃນນີ້, ຈະເລືອກເອົາ 42 ຄົນ, ຕາມການແບ່ງປັນໂກ້ຕ່າລັດຖະກອນຄູ ປະຈຳປີ 2020 ຜູ້ທີ່ເສັງໄດ້ເປັນຄະແນນດີທີຈຳນວນ 42 ຄົນແມ່ນຈະບັນຈຸເຂົ້າໃນ ພະແນກສຶກສາທິການ ແລະ ກິລາ 1 ຄົນ, ສູນໄອຊີທີ 1 ຄົນ, ມ ສ ບ້ານໃໝ່ 2 ຄົນ, ມ ສ ຊົນເຜົ່າ 1 ຄົນ ໂຮງຮຽນບໍາລຸງຍົກລະດັບ 1 ຄົນ, ໂຮງຮຽນເຕັກນີກວີຊາຊີບ 1 ຄົນ, ເມືອງຜົ້ງສາລີ 4 ຄົນ, ເມືອງໃໝ່ 4 ຄົນ, ເມືອງຂວາ 4 ຄົນ, ເມືອງ ສໍາພັນ 4 ຄົນ, ເມືອງບຸນເໜືອ 2 ຄົນ, ເມືອງ ຍອດອູ 4 ຄົນ ແລະ ເມືອງ ບຸນໃຕ້ 3 ຄົນ.
ຈາກນັ້ນ, ທັງຄະນະຮັບຜິດຊອບກໍໄດ້ຜ່ານກົດລະບຽບຫຼັກການຕ່າງໆໃນການສອບເສັງພ້ອມທັງເປີດຊ່ອງຫົວບົດສອບເສັງຂອງຄູສອນແຕ່ລະຊັ້ນຮຽນຕາມລຳດັບ. ສຳລັບການສອບເສັງແມ່ນແບ່ງອອກເປັນສອງພາກຄື: ພາກຂຽນ ແລະ ພາກສຳພາດ ຕາມກົດລະບຽບຂອງການສອບເສັ່ງທີ່ກຳນົດໄວ້ ທັງນີ້່ກໍເພື່ອເປັນການຮັບປະກັນຄວາມຖືກຕ້ອງໂປ່ງໃສ ແລະ ຍຸຕິທຳ.
ໂອກາດນີ້ ທ່ານ ທອງສີ ເສົາສຸລິພົມ ຍັງໄດ້ຮຽກຮ້ອງມາຍັງອະນຸກຳມະການຍາມຫ້ອງເສັງແຕ່ລະທ່ານ ຕ້ອງຍົກສູງຄວາມເປັນເຈົ້າການຕໍ່ໜ້າທີ່ ໂດຍສະເພາະແມ່ນ ການເປັນກຳມະການ ຕ້ອງປະຕິບັດສິດ ແລະ ໜ້າທີ່ຕາມລະບຽບການສອບເສັງໃຫ້ເຂັ້ມງວດ, ຍຸຕິທຳ ແລະ ມີຄວາມໂປ່ງໃສຕໍ່ນັກສອບເສັງທຸກຄົນ; ເອົາໃຈໃສ່ກວດກາຈຳນວນບົດຕອບ, ການຂຽນຊື່ ແລະ ນາມສະກຸນ, ເລກໂຕະ ໃຫ້ລະອຽດ, ນັກສອບເສັງແຕ່ລະຄົນຕ້ອງສຸມທຸກສະຕິປັນຍາ ເຂົ້າໃນການສອບເສັງ ຍາມຢູ່ຫ້ອງສອບເສັງຕ້ອງເປັນນັກສອບເສັງແທ້ ປະຕິບັດລະບຽບການສອບເສັງໃຫ້ເຂັ້ມງວດ, ຫ້າມໃຊ້ໂທ ລະສັບ, ຫ້າມໃຊ້ເຄື່ອງໝາຍທຸກຮູບແບບເພື່ອເປັນການສັນຍາລັກໃຫ້ແກ່ກຳມະການກວດບົດ. ນອກນີ້ ປະຕິບັດລະບຽບການອື່ນໆ ທີ່ໄດ້ກຳນົດໄວ້ໃນລະບຽບການສອບເສັງ.