ວັນທີ 2 ມີຖຸນາ 2020, ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະ ການເຝົ້າລະວັງພະຍາດຕາມລະດູການ ຢູ່ເມືອງສຳພັນ ແຂວງຜົ້ງສາລີ.
ໂອກາດດັ່ງກ່າວ, ທ່ານຮອງເຈົ້າແຂວງ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຈາກຄະນະສະເພາະກິດຂັ້ນເມືອງ; ເຊີ່ງນັບຕັ້ງແຕ່ໄດ້ມີການລະບາດພະຍາດ COVID-19; ເມືອງສຳພັນ ໄດ້ເອົາໃຈໃສ່ໃນການປ້ອງກັນ ໂດຍຜັນຂະຫຍາຍຄຳສັ່ງແຈ້ງການ, ຄຳແນະນຳຕ່າງໆຂອງຂັ້ນສູນກາງ ແລະ ຂັ້ນແຂວງ; ແຕ່ງຕັ້ງຄະນະສະເພາະຂັ້ນເມືອງ ລົງເຄື່ອນ ໄຫວໂຄສະນາ ແລະ ແນະນໍາໃຫ້ບັນດາກຸ່ມບ້ານ, ບ້ານໃນທົ່ວເມືອງ; ໄດ້ແນະນໍາໃຫ້ນາຍບ້ານແຕ່ລະບ້ານອອກມາດຕະການ ແລະ ແຕ່ງຕັ້ງຄະນະສະເພາະກິດຂັ້ນບ້ານ ໂດຍສົມທົບກັບຄະນະສະເພາະກິດຂັ້ນເມືອງໃນການຕິດຕາມຄົນເຂົ້າ-ອອກທີ່ມາຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດຢ່າງເຂັ້ມງວດ; ພ້ອມທັງຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງຈໍານວນ 4 ຈຸດຄື: ຈຸດບ້ານຫາດງາໃຕ້, ຈຸດບ້ານອາເຊີ, ຈຸດບ້ານມູຈີ່ກາງ ແລະ ຈຸດບ້ານນໍ້າຮາງ; ແຕ່ງຕັ້ງຄະນະເຄື່ອນທີ່ ເພື່ອເຄື່ອນໄຫວຕິດຕາມ ໂດຍນໍາໃຊ້ລົດຈັກມ້າຂາວ ເປີດວໍ ແຈ້ງເຕືອນພໍ່ແມ່ປະຊາຊົນ 2-3 ຄັ້ງ/ມື້; ໄດ້ກໍານົດຈຸດທີ່ແຍກປ່ຽວໃຫ້ບຸກຄົນທີ່ມາຈາກຕ່າງແຂວງ ແລະ ຕ່າງປະເທດ ພາຍໃນເມືອງ ປະກອບມີ ໂຮງໝໍ, ໂຮງຮຽນ, ຫ້ອງການບ້ານ ແລະ ກໍລະນີບ້ານທີ່ບໍ່ມີສະຖານທີ່ກັກບໍລິເວນຢູ່ພາຍໃນບ້ານ ແມ່ນກໍານົດໃຫ້ໄປແຍກປ່ຽວຢູ່ຕາມໄຮ່ນາຮົ້ວສວນ.
ຜ່ານການຈັດຕັ້ງປະຕິບັດຕິດຕາມກວດກາຕະຫຼອດໄລຍະຜ່ານມາເຫັນວ່າ: ມີຄົນເຂົ້າ-ອອກເມືອງ ມີທັງໝົດ 571 ຄົນ, ຍິງ 252 ຄົນ; ມີພົນລະເມືອງຂອງເມືອງສໍາພັນທີ່ໄປເຮັດວຽກ ແລະ ໄປສຶກສາຮໍ່າຮຽນກັບມາຈາກຕ່າງປະເທດ ມີ 32 ຄົນ, ຍິງ 26 ຄົນ; ເຫຼືອນັ້ນແມ່ນເດີນທາງກັບມາຈາກຕ່າງເມືອງ, ຕ່າງແຂວງພາຍໃນປະ ເທດ.
ສໍາລັບການເຝົ້າລະວັງ, ການປ້ອງກັນພະຍາດຕາມລະດູການ ແມ່ນໄດ້ເອົາໃຈໃສ່ລົງສັກຢາກັນພະຍາດຢູ່ແຕ່ລະຈຸດ, ແຕ່ລະບ້ານໃນຂອບເຂດທົ່ວເມືອງຢ່າງເປັນປົກກະຕິໃນແຕ່ລະໄລຍະ; ອອກແຈ້ງການໃຫ້ແຕ່ລະບ້ານ 63 ບ້ານ ໃນທົ່ວເມືອງກ່ຽວກັບການປ້ອງກັນພະຍາດຕາມລະດູການ.
ໃນໂອກາດນີ້, ທ່ານ ທອງສີ ເສົາສຸລິພົມ ໄດ້ຮຽກໃຫ້ທຸກພາກສ່ວນພາຍໃນຄະນະສະເພາະກິດຂັ້ນເມືອງ, ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັນດບັນດາແຈ້ງການ, ຄຳສັ່ງຕ່າງໆຂອງຂັ້ນສູນກາງ ແລະ ແຂວງວາງອອກ; ເອົາໃຈໃສ່ຕິດຕາມກວດກາຈຳນວນແຮງງານທີ່ມາຈາກບ່ອນອື່ນ; ສືບຕໍ່ຕິດຕາມການເປີດການຮຽນ – ການສອນ ໂດຍການຮັກສາໄລຍະທ່າງ 1 ເມັດ; ນອກຈາກນີ້, ເອົາໃຈໃສ່ລົງສັກຢາກັນພະຍາດຢູ່ແຕ່ລະຈຸດ, ແຕ່ລະບ້ານໃນຂອບເຂດທົ່ວເມືອງຢ່າງເປັນປົກກະຕິ; ໃຫ້ພະນັກງານສຸກສາລາແຕ່ລະແຫ່ງ ເອົາໃຈໃສ່ໂຄສະນາໃຫ້ພໍ່ແມ່ປະຊາຊົນໃນຂອບເຂດຮັບຜິດຊອບຂອງຕົນ ເພື່ອປ້ອງກັນພະຍາດຕາມລະ ດູການ; ແຕ່ງຕັ້ງພະນັກງານຮັບຜິດຊອບການເຝົ້າລະວັງ, ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູ ການ ເປັນຕົ້ນພະຍາດໄຂ້ຍຸ້ງລາຍ, ພະຍາດຖອກທ້ອງ; ພ້ອມທັງກະກຽມຢາ ແລະ ອຸປະກອນການແພດ ເພື່ອຮັບໃຊ້ໃນການປິ່ນປົວພະຍາດ ຖ້າຫາກມີການລະບາດເກີດຂຶ້ນ.
ພາບ-ຂ່າວ: ແສງຄໍາ ສາລີວັນ