ອາຣັບບີ ຊາອູດິດ ແລະ ຊີຣີ ໄດ້ເປີດສະຖານທູດຂອງຕົນເອງຄືນໃໝ່ເປັນເທື່ອທຳອິດ ໃນຮອບກວ່າປີ, ດ້ານປະເທດຕາເວັນຕົກ ແລະ ຝ່າຍຕໍ່ຕ້ານລັດຖະບານດາມັດສ໌ກັດສ໌ ຕຳນິຕິສັນນິບາດອາຣັບ ທີ່ຮັບເອົາ ຊີຣີ ເຂົ້າເປັນສະມາຊິກ.
ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງຣີຢັດ ປະເທດອາຣັບບີ ຊາອູດິດ ໃນວັນທີ 10 ພຶດສະພາ ວ່າ: ກະຊວງການຕ່າງປະເທດ ອາຣັບບີ ຊາອຸດິດ ໄດ້ອອກຖະແຫຼງການກ່ຽວກັບ ການເປີດໃຫ້ບໍລິການຂອງສະຖານທູດອາຣັບບີ ຊາອຸດິດ ປະຈຳແຂວງດາມັດສ໌ກັດສ໌ ນະຄອນຫຼວງຂອງຊີຣີ ແລະ ມີຈຸດປະສົງສໍາລັບໃຫ້ກຸ່ມປະເທດອາຣັບທັງໝົດ ດຳເນີນການເຊັ່ນດຽວກັນ.
ສ່ວນສຳນັກຂ່າວສານແຫ່ງຊາດ ຊີຣີ (Sanaa) ໄດ້ລາຍງານໃນເວລາໃກ້ຄຽງກັນ ວ່າ: ສະຖານທູດຊີຣີ ປະຈຳແຂວງຣີຢັດ ນະຄອນຫຼວງຂອງອາຣັບບີ ຊາອູດິດ ກໍກັບຄືນສູ່ການເປີດບໍລິການອີກຄັ້ງ, ຫຼັງຈາກການລະງັບພາລະກິດ ເພາະເກີດສົງຄາມກາງເມືອງ ໃນເດືອນມີນາ 2011 ແລະ ເຮັດໃຫ້ຫຼາຍປະເທດອາຣັບ ຢຸດຕິການພົວພັນກັບ ຊີຣີ.
ການເຄື່ອນໄຫວຂອງສອງປະເທດ ໄດ້ເກີດຂຶ້ນຫຼັງຈາກກອງປະຊຸມລັດຖະມົນຕີການຕ່າງປະເທດ ສັນນິບາດອາຣັບ ມີມະຕິເມື່ອອາທິດທີ່ແລ້ວນີ້ ຕໍ່ກັບການຟື້ນຟູການເປັນສະມາຊິກຂອງ ຊີຣີ, ກ່ອນກອງປະຊຸມສຸດຍອດຜູ້ນຳສັນນິບາດອາຣັບ ເຊິ່ງ ອາຣັບບີ ຊາອຸດິດ ຈະເປັນເຈົ້າພາບຈັດຂຶ້ນໃນວັນທີ 19 ພຶດສະພານີ້.
ທ່ານ ອາເມັດ ອາບູນ ເກອິດ ເລຂາທິການສັນນິບາດອາຣັບ ກ່າວວ່າ: ຊີຣີ ແມ່ນປະເທດສະມາຊິກຜູ້ມີອຳນາດເຕັມຂອງສັນນິບາດອາຣັບ, ເຂົາເຈົ້າສາມາດມີສິດທີ່ຈະນັ່ງຢູ່ໃນກອງປະຊຸມ, ລົງຄະແນນສຽງ ແລະ ມະຕິ ຄືກັບສະມາຊິກທຸກປະເທດ; ສ່ວນ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ສາມາດເດີນທາງໄປຢ້ຽມຢາມ ອາຣັບບີ ຊາອູດິດ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ທີ່ຈະມາເຖິງ ຖ້າທ່ານຕ້ອງການ.
ອີກດ້ານໜຶ່ງ, ແນວໂຮມແຫ່ງຊາດ ຊີຣີ ໂດຍແມ່ນກຳລັງປະສົມຂອງຝ່າຍພັນທະມິດຕໍ່ຕ້ານທາງການເມືອງ ຕໍ່ລັດຖະບານຂອງປະທານາທິບໍດີ ບາຊາ ອັນ-ອາຊາດ ໄດ້ອອກຖະແຫຼງການວິພາກວິຈານການຕັດສິນໃຈຂອງສັນນິບາດອາຣັບ ວ່າເປັນການປະຖິ້ມປະຊາຊົນຊີຣີ ດ້ວຍການສະໜັບສະໜູນຂອງປະຊາຄົມອາຣັບ; ພ້ອມນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ແລະ ອັງກິດ ກໍວິຈານມະຕິຂອງສັນນິບາດອາຣັບ ເຊັ່ນກັນ.